ໜ້າທີ
-
ຈັດຕັ້ງຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານການສຶກສາ ແລະ ພັດທະນາ ຊັບພະຍາກອນມະນຸດ ດ້ານການເງິນ ແລະ ການບັນຊີ ຕາມລະບຽບການ;
-
ຄົ້ນຄວ້າສ້າງ ແລະ ປັບປຸງ ແຜນພັດທະນາວິທະຍາໄລການເງິນ, ຫຼັກສູດການຮຽນ-ການສອນ, ຫຼັກສູດຝຶກອົບຮົມພະນັກງານ-ລັດຖະກອນຂອງຂະແຫນງການເງິນ, ແຜນງົບປະມານ ແລະ ລະບຽບການຕ່າງໆຂອງວິທະຍາໄລການເງິນ ເພື່ອສະເໜີຕາມລະບຽບການ.
-
ໂຄສະນາເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ດ້ານການເງິນ ແລະ ການບັນຊີ ໃຫ້ບຸກຄົນ ແລະນິຕິບຸກຄົນ ທົ່ວສັງຄົມ ເພື່ອຮັບຮູ້ເຊື່ອມຊຶມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ.
-
ສຶກສາອົບຮົມການເມືອງ-ແນວຄິດ, ຄຸນສົມບັດ, ກົດໝາຍ ແລະ ລະບຽບການ ໃຫ້ແກ່ພະນັກງານບໍລິຫານ, ລັດຖະກອນຄູ ແລະ ຜູ້ເຂົ້າຮັບການສຶກສາຢູ່ວິທະຍາໄລການເງິນ ໃຫ້ເປັນພົນລະເມືອງດີຂອງຊາດ.
-
ຄົ້ນຄວ້າ,ສອບເສັງ, ຄັດເລືອກເອົານັກສຶກສາເຂົ້າຮຽນຕາມຫຼັກສູດ ແລະ ການແບ່ງປັນຕົວເລກຂອງກະຊວງສຶກສາທິການ ແລະ ກິລາ ຕາມລະບຽບການ.
-
ຈັດຕັ້ງການຮຽນ-ການສອນວິຊາສະເພາະໃຫ້ແກ່ຜູ້ທີ່ມີລະດັບການສຶກສາຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າຂຶ້ນໄປ ໃນບັນດາສາຂາວິຊາທີ່ນອນຢູ່ໃນຂົງເຂດເສດຖະກິດ-ການເງິນ ລະດັບຊັ້ນກາງ ຫຼື ອະນຸປະລິນຍາຂຶ້ນໄປ.
-
ຈັດຕັ້ງ ແລະ ໃຫ້ການບໍລິການ ການຝຶກອົມຮົມ ໄລຍະສັ້ນ, ໄລຍະກາງ ໃຫ້ແກ່ພະນັກງານ-ລັດຖະກອນ, ສັງຄົມ, ຈັດສໍາມະນາ, ໃຫ້ຄໍາປຶກສາ, ສະໜອງຂໍ້ມູນຂ່າວສານ ທາງດ້ານເສດຖະກິດ-ການເງິນ.
-
ຄົ້ນຄວ້າສ້າງ ແລະ ພັດທະນາ ຫຼັກສູດການຮຽນ-ການສອນ ແລະ ເຕັກໂນໂລຊີທີ່ທັນສະໄໝ, ຄົ້ນວິທະຍາສາດດ້ານເສດຖະກິດ-ການເງິນເພື່ອຍົກສູງຄຸນນະພາບໃຫ້ແທດເໝາະກັບສະພາບການ ພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ສາກົນ ໃນແຕ່ລະໄລຍະ.
-
ເຜີຍແຜ່ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດດ້ານການເງິນ ໃຫ້ທຸກພາກສ່ວນກ່ຽວຂ້ອງໃນສັງຄົມຕາມຄວາມເໝາະສົມແລະນໍາໃຊ້ຜົນສໍາເລັດຂອງການຄົ້ນຄວ້າດັ່ງກ່າວເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.
-
ເກັບຄ່າລົງທະບຽນ, ຄ່າທໍານຽມ ແລະ ຄ່າບໍລິການຕ່າງໆ ຕາມກົດໝາຍ, ລະບຽບການ ແລະ ຕາມການ ຕົກລົງຂອງລັດຖະມົນຕີກະຊວງການເງິນໃນແຕ່ລະໄລຍະ.
-
ຈັດຕັ້ງ, ນໍາພາພະນັກງານບໍລິຫານ, ລັດຖະກອນຄູ ແລະ ນັກສຶກສາເຂົ້າຮ່ວມ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການເຄື່ອນໄຫວກິດຈະກໍາຕ່າງໆ.
-
ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ເພື່ອຮັບປະກັນໃຫ້ວິທະຍາໄລ ເຂົ້າສູ່ລະບົບປະກັນຄຸນນະພາບການສຶກສາ ຕາມມາດຕະຖານການສຶກສາແຫ່ງຊາດ ໃນແຕ່ລະໄລຍະ.
-
ຄົ້ນຄວ້າຂຶ້ນແຜນກໍານົດ ພະນັກງານນໍາພາ-ຄຸ້ມຄອງ, ພະນັກງານ-ລັດຖະກອນ, ກໍານົດມາດຖານ ແລະ ຕໍາແໜ່ງງານ, ບໍາລຸງສ້າງ, (ຝຶກອົບຮົມ ແລະ ພັດທະນາ) ແລະ ປະເມີນຜົນພະນັກງານລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
-
ຄົ້ນຄວ້າການສັບຊ້ອນ, ຈັດວາງ, ປະຕິບັດນະໂຍບາຍ ຫຼື ປະຕິບັດວິໄນ ຕໍ່ພະນັກງານລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
-
ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ, ພາຫະນະ, ວັດຖຸອຸປະກອນ ແລະ ຊັບສົມບັດ ຕາມການແບ່ງປັນຂອງກະຊວງການເງິນ ຕາມລະບຽບການ.
-
ພົວພັນຮ່ວມມືກັບຕ່າງປະເທດ ໃນວຽກງານການສຶກສາ ແລະ ພັດທະນາ ຊັບພະຍາກອນມະນຸດ ດ້ານການເງິນ ແລະ ການບັນຊີ ຕາມການມອບໝາຍຂອງລັດຖະມົນຕີກະຊວງການເງິນ.
-
ສະຫຼຸບລາຍງານການຈັດຕັ້ງປະຕິບັດພາລະບົດບາດຂອງຕົນປະຈໍາເດືອນ, ງວດ ແລະ ປີ ໃຫ້ລັດຖະມົນຕີກະຊວງການເງິນ.
19. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງລັດຖະມົນຕີກະຊວງການເງິນ.
ຂອບເຂດສິດ
-
ສະເໜີ ສ້າງ ແລະ ປັບປຸງ ນະໂຍບາຍ, ແຜນຍຸດທະສາດ, ກົດຫມາຍ, ນິຕິກໍາ ແລະ ມາດຕະການຕ່າງໆຕາມພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງວິທະຍາໄລການເງິນ.
-
ສະເໜີ ປັບປຸງ, ແກ້ໄຂ, ລົບລ້າງບັນດາມະຕິ, ຄໍາສັ່ງ ແລະ ລະບຽບການຕ່າງໆ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກັບວຽກງານການເງິນ.
-
ເຊັນຢັ້ງຢືນບັນດາເອກະສານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍສອດຄ່ອງກັບກົດໝາຍ ແລະລະບຽບການ.
-
ຕົກລົງ, ປະກາດໃຊ້ ບັນດານິຕິກໍາ ແລະ ລະບຽບການຕ່າງໆຂອງວິທະຍາໄລ.
-
ຄົ້ນຄວ້າ,ຄັດເລືອກຮັບເອົານັກສຶກສາເຂົ້າຮຽນ, ຈັດຕັ້ງການຮຽນ-ການສອນ ແລະ ຮັບຮອງວຸດທິການສຶກສາທຸກລະດັບຢູ່ວິທະຍາໄລ ຕາມຫຼັກສູດທີ່ໄດ້ຮັບອະນຸມັດໃຫ້ຈັດຕັ້ງປະຕິບັດ.
-
ສະເໜີ ກະຊວງສຶກສາທິການ ແລະ ກິລາ ເພື່ອພິຈາລະນາຮັບຮອງວິທະຍາຖານະ ຕາມລະບຽບການ.
-
ຄຸ້ມຄອງ, ປົກປ້ອງ ສິດທິບັດ, ລິຂະສິດ ແລະ ຜົນສໍາເລັດ ຂອງການຄົ້ນຄວ້າທາງດ້ານວິຊາການຂອງ ວິທະຍາໄລການເງິນ.
-
ສ້າງລາຍຮັບດ້ານວິຊາການ ໂດຍຕິດພັນກັບພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງຕົນບົນພື້ນຖານລະບຽບການ ທີ່ກໍານົດໄວ້.
-
ເຊັນບົດບັນທຶກ ຫຼື ສັນຍາຮ່ວມມືທາງດ້ານວິຊາການ ກັບສະຖາບັນການສຶກສາຕ່າງໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
-
ສະເໜີສ້າງຕັ້ງ, ປັບປຸງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກົງຈັກການຈັດຕັ້ງ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງ ຮອງຜູ້ອໍານວຍການ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ, ຫົວໜ້າ ແລະ ຮອງຫົວໜ້າສູນຝຶກ ອົບຮົມ ຕາມກົດໝາຍ ແລະ ລະບຽບການ; ສັບຊ້ອນໝູນວຽນລັດຖະກອນວິຊາການ ທີ່ຢູ່ໃນຄວາມຮັບຜິດຊອບຂອງວິທະຍາໄລການເງິນ.
-
ສະເໜີຍ້ອງຍໍຜົນງານ, ປະຕິບັດນະໂຍບາຍ (ເລື່ອນຊັ້ນ, ເລື່ອນຊັ້ນ ແລະ ອື່ນໆ) ຫຼື ປະຕິບັດວິໄນຕໍ່ພະນັກງານບໍລິຫານ ແລະ ລັດຖະກອນຄູ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
-
ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ, ພາຫະນະ, ວັດຖຸອຸປະກອນ ແລະ ຊັບສົມບັດອື່ນໆ ຂອງວິທະຍາໄລການເງິນ ຕາມການແບ່ງປັນຂອງກະຊວງການເງິນ.
-
ປະຕິບັດສິດອື່ນ ຕາມການມອບໝາຍຂອງລັດຖະມົນຕີກະຊວງການເງິນ